ວິທີໃສ່ font ພາສາລາວໃນ iPhone, iPOD Touch

Fonts ລາວ ສຳລັບ iPhone Classic, iPhone 3G, iPhone 3GS ແລະ iPod Touch G1, iPod Touch G2.

font ນີ້ support firmware version 1.x, 2.x ແລະ 3.x
Download
password : laomac.net


ວິທີໃຊ້

ເລືອກເອົາເຄື່ອງມືທີ່ເໝາະສົມກັບຄວາມທ່ານແລ້ວໂຫລດໄປຕິດຕັ້ງ

ຫລັງຈາກໂຫລດໂປຣແກຣມໄປແລ້ວໃຫ້ connect iPhone ຕອນໂປຣແກຣມທີ່ໃຊ້

  • ຖ້າໂປຣແກຣມຖາມຫາລະຫັດຕອນ connect ເຂົ້າໄປ iPhone ໃຫ້ໃສ່ “alpine“.
  • ຖ້າ connect iPhone ຜ່ານ Wi-Fi ໃຫ້ connect ດ້ວຍ SFTP (SSH File Transfer Protocol) ແຕ່ iPhone ຕ້ອງຕິດຕັ້ງ SSH ນຳ ເຊິ່ງຫາໄດ້ຈາກ cydia ໃນ iPhone.

ຂັ້ນຕອນຕໍ່ໄປ ເມື່ອໂຫລດ font ພາສາລາວມາແລ້ວ ແລະ ສາມາດ connect ກັບ iPhone ໄດ້
ໃຫ້ອັບໂຫລດໄຟລ໌ font ໄປຍັງ iPhone ດ້ວຍວິທີ add ຫຼື ລາກ

ຈາກນັ້ນ ໃຫ້ reboot/restart ຫຼື ມອດແລ້ວເປີດ iPhone ໃໝ່ໜຶ່ງຄັ້ງ ແລ້ວ iPhone ກໍ່ສາມາດອ່ານພາສາລາວອອກ.

Leave a comment

16 Comments.

  1. ກຳລັງງົມໆ ຢູ່ ຊິງົມຕໍ່ໄປເບິ່ງຫວັງວ່າອີກບໍ່ດົນຄືຊິງົມຖືກໝ້ອງ :D

  2. ງົມໃຫ້ມັນຖືກເດີ້ ອິອິ

  3. ງົມແນວໃດນໍ ຄືບໍ່ຖືກ ລອງຕາມຂັ້ນຕອນ ແລະ rebootລະ ກາຍັງບໍ່ໄດ້ນະ ແນະນຳເພີ້ມໃຫ້ແດ່

  4. ອາການ: ອ່ານລາວໄດ້ ແຕ່ພະຍັນຊະນະ ສະຫຼະ ມັນແຍກກັນນະ(ຮ ັ ກເຈ ົ ້າ) ແປວ່າ ຍັງຕັ້ງບໍ່ໄດ້ແມ່ນບໍ່?

  5. saladaing :

    ອາການ: ອ່ານລາວໄດ້ ແຕ່ພະຍັນຊະນະ ສະຫຼະ ມັນແຍກກັນນະ(ຮ ັ ກເຈ ົ ້າ) ແປວ່າ ຍັງຕັ້ງບໍ່ໄດ້ແມ່ນບໍ່?

    ແມ່ນລະ ຍັງໃຊ້ບໍ່ໄດ້

    ຕອນລາກ font ເຂົ້າ ມັນຖາມໃຫ້ rewrite ບໍ່?

  6. ຂອບໃຈຫຼາຍ ໃຊ້ໄດ້ແລ້ວ

  7. ສບາຍດີ ເອກ
    ຢາກຖາມວ່າວິທີການຂຽນພາສາລາວໃນໄອໂຟນນັ້ນເຮັດແນວໃດ ເມື່ອເວລາເຮົາເອົາຟອນ arialuni.ttf ເຂົ້າໄປແລ້ວ ຫລືຍັງຂາດ keyboard ບໍ່ ເຮັດແນວໃດຈຶ່ງຈະໄດ້ ຊ່ອຍບອກໃຫ້ແດ່ ຂອບໃຈລ່ວງໜ້າ

  8. @Vong
    ບອກ e-mail ມາ ເຮົາຊິສົ່ງ keyboard ໄປໃຫ້ພ້ອມກັບວິທີເອົາໄປໃສ່

    http://www.laomac.net/2009/08/04/%e0%ba%a5%e0%ba%b2%e0%ba%8d%e0%ba%87%e0%ba%b2%e0%ba%99-laokeyboard-for-iphone-os-3-x/comment-page-2/#comment-863

  9. ສບາຍດີ ເອກ
    ຂໍຂອບໃຈຫລາຍໆມາອີກເທື່ອນຶ່ງ
    ທີ່ໄດ້ເອົາໃຈໃສ່ຕາມຄຳຂໍຮ້ອງ
    ອັນນີ້ແມ່ນອີເມລຜູ້ຂ້າເດີ sinhlyvong@gmail.com
    ຂໍສັລເສີນວ່າຄົນລາວເຮົາກໍບໍ່ຫນ້ອຍຫນ້າກັບຊາດອື່ນ. ດຳເນິນໄປເລື້ອຍໆເພື່ອລາວເຮົາ

    ສິນລີວົງ :razz:

  10. ສົ່ງໃຫ້ແລ້ວເດີ້ :mrgreen:

  11. ໄດ້ແລ້ວ ຂອບໃຈຫລາຍໆ ຖ້າມີປັນຫາຈະຖາມຄືນ

  12. ສບາຍດີ ເອກ
    ຢາກຖາມອີກແດ່ ວິທີທຳ ເປັນເມນູລາວນັ້ນຕ້ອງມີອີກ ເວີຊັນ ນຶ່ງອີກບໍ່ ເຮັດແນວໃດ ບອກໃຫ້ແນ່ ຂອບໃຈ

  13. ແມ່ນແລ້ວ iPhone ຕ້ອງເປັນ version 2.x ເຊິ່ງມັນເກົ່າຫລາຍ 2 ປີຫລັງພຸ້ນນະ :wink:

  14. ຢາກສ້າງ ໂປຣແກມ iPhone ນຳກັນບໍ່ ???
    khavy7@hotmail.com :neutral: :neutral: :neutral:

  15. ເຮົາມາເບິ່ງບັນຫາ??? ຕໍ່ ad-hoc network ບໍ່ໄດ້ for iphone
    ຄື ແຖບ Wireless Network ບໍ່ເຫັນ ເກີດຍ້ອນ Driver ຂອງ Wireless
    :grin: :grin:

  16. ມີ Database Dictionary ລາວ ບໍ່????? ຢາກໄດ້ຫລາຍໆ
    ຊິເອົາໄປໃສ່ ໃນ ໂປຣແກມVB.net & Window Mobile….
    ສ້າງໂປຣແກມຢູ່VB.netແລ້ວແຕ່ບໍ່ມີ Database ເລີຍ
    ຖ້າໄດ້ຈະບໍ່ລືມບຸນຄຸນ Thx so muchhhhhh
    khavy7@hotmail.com :cry: :cry:

Leave a Reply


[ Ctrl + Enter ]

captcha service