ວິທີແກ້ປັນຫາເມື່ອ iPhone ຄ້າງ ຫຼື ໃຊ້ບໍ່ໄດ້


iPhone OS 3.x ເມື່ອຄ້າງຕອນໃຊ້ໂປຣແກຣມ ຫຼື ຫລິ້ນເກມ

1. ໃຫ້ກົດປຸ່ມ sleep/wake ຄ້າງໄວ້ຈົນມີແຖບ slider ສີແດງຂຶ້ນມາ
2. ເມື່ອແຖບ slider ຂຶ້ນມາແລ້ວ ບໍ່ຕ້ອງ slide ເທື່ອ
3. ຈາກນັ້ນໃຫ້ກົດປຸ່ມ Home ຄ້າງໄວ້ປະມານ 6 ວິນາທີ
4. ຖ້າເຄື່ອງຍັງບໍ່ເດັ້ງກັບມາໜ້າ Home ຫຼືວ່າຍັງຄ້າງຢູ່ ໃຫ້ restart ເຄື່ອງ

iPhone OS 2.x ເມື່ອຄ້າງຕອນໃຊ້ໂປຣແກຣມ ຫຼື ຫລິ້ນເກມ

1. ໃຫ້ກົດປຸ່ມ Home ຄ້າງໄວ້ 6 ວິນາທີ
2. ຖ້າເຄື່ອງຍັງບໍ່ເດັ້ງກັບມາໜ້າ Home ຫຼືວ່າຍັງຄ້າງຢູ່ ໃຫ້ restart ເຄື່ອງ

ວິທີ່ການ restart ເຄື່ອງ iPhone

1. ກົດປຸ່ມ Sleep/wake ຄ້າງໄວ້ຈົນມີແຖບ slider ສີແດງຂຶ້ນມາ
2. slide ແຖບສີແດງເພື່ອທຳການປິດເຄື່ອງ
3. ຈານນັ້ນ ກົດປຸ່ມ Sleep/wake ຄ້າງໄວ້ໃໝ່ຈົນກວ່າ logo apple ຂຶ້ນມາທີ່ໜ້າຈໍ

ອີກວິທີ ຈະອອກເປັນລັກສະນະ Hard Reset ໃຊ້ໃນຕອນທີ່ iPhone ບໍ່ຕອບສະໜອງຫຍັງເລີຍ

1.ໃຫ້ກົດ Home + Power ປະມານ 15-20 ວິນາທີ ເມື່ອຈໍດຳແລ້ວ ໃຫ້ປ່ອຍມື
2.ກົດປຸ່ມ Power ອີກຄັ້ງ ຈະເຫັນຮູບ Apple ຂຶ້ນມາ
3.ຖ້າປະມານ 2-3 ນາທີ
4.ENJOY!!!

Leave a comment

1 Comments.

  1. ມີ Database Dictionary ລາວ ບໍ່????? ຢາກໄດ້ຫລາຍໆ
    ຊິເອົາໄປໃສ່ ໃນ ໂປຣແກມVB.net & Window Mobile….
    ສ້າງໂປຣແກມຢູ່VB.netແລ້ວແຕ່ບໍ່ມີ Database ເລີຍ
    ຖ້າໄດ້ຈະບໍ່ລືມບຸນຄຸນ Thx so muchhhhhh
    khavy7@hotmail.com :cry: :cry: :cry:

Leave a Reply


[ Ctrl + Enter ]

captcha service