ປະຕິທິນລາວປີ 2010 by xEKx

ເຫັນຄົນເອົາປະຕິທິນມາໃຫ້ເລີຍຈັບມາຍັດເຂົ້າ iCal ຂອງ Mac ເລີຍຊະ ແລະ ຍັງສາມາດ sync ກັບໄປໃຊ້ກັບ iPhone ໄດ້ອີກ ອິອິ

ປະຕິທິນປີ 2010 ນີ້ແມ່ນສາມາດເຕືອນທ່ານໄດ້ຕາມເວລາທີ່ກຳນົດ ສົມມຸດວ່າ ຖ້າວັນໃດແມ່ນເປັນວັນບຸນຫຼືວັນສຳຄັນລາວ

ມັນກໍ່ຈະເດັ້ງຂຶ້ນມາເຕືອນພ້ອມດ້ວຍສຽງຢູ່ເທິງຈໍ ຄອມພິວເຕີ ຫຼື iPhone ຂອງທ່ານເລີຍ ເຊິ່ງຖືກກຳນົດເຕືອນໃນເວລາ 8:00

ຕອນເຊົ້າຂອງວັນນັ້ນໆ ເຊິ່ງຈະເຮັດໃຫ້ທ່ານບໍ່ພາດກັບວັນສຳຄັນຂອງປະເທດລາວ ແລະ ບໍ່ລືມທີ່ຈະເປີດຕາເປີດໃຈສະຫຼອງວັນດີໆຂອງຊາດລາວເຮົາດ້ວຍ

Lao Holiday 2010 for iPhone ສຳລັບ iPhone ໃຫ້ເອົາໄຟລ໌ທີ່ໂຫລດໄປແລ້ວແຕກໄຟລ໌ ເອົາໄປໃສ່ທັບໄຟລ໌ເກົ່າທີ່ /var/mobile/Library/ Celender

Lao Holiday 2010 for iCal

pass : laomac.net

Leave a comment

9 Comments.

  1. ເອົາເຂົ້າ iphone ແລ້ວ ເປີດເບີ່ງບໍ່ເຫັນຫຍັງ

  2. ໄປເບິ່ງຂອງປີ 2010

  3. ເບີ່ງແລ້ວບໍ່ເຫັນຫຍັງ

  4. Promme Calendar ນີ້ນ້າສົນໃຈດີນໍ. ຖ້າຂ້ອຍບໍ່ໄດ້ໃຊ້ ຄອມພິມເຕີ້ເມັກ ຈະເອົາເຂົ້າ Iphone ໄດ້ຢູ່ວ່າ. ແລະ ວິທີເອົາ progamme ນີ້ເຂົ້າມີຂັ້ນຕອນແນວໃດແດ່?

  5. ຂໍລະຫັດແດ່ແຕກວິນອາມີລະຫັດ

  6. ດາວໂຫລດມາແລ້ວ ບໍ່ຮູ້ຈະຕິດຕັ້ງ ແລະນຳໃຊ້ໄດ້ແນວໃດ

  7. ໂຫຼດມາແລ້ວເຮັດແນວໃດຕໍ່ນໍ ຫາກະໄດ້ຈັບ MAC ບໍ່ຮູ້ຫຍັງເລີຍ

  8. ໄດ້ແລ້ວເດີ ແຕ່ເຮັດແນວໃດຟອນມັນຈັ່ງຊິໃຫຍ່ຂຶ້ນ

  9. ຕິດຕັ້ງ ໃສ່icalບໍ່ໄດ້

Leave a Reply


[ Ctrl + Enter ]

captcha service