iPhone 4 ແບບຜ່ານໆ

ຫວັງຈາກພາກັນອົດຫລັບອົດນອນ ມື້ຄືນນີ້ເວລາ 00:00 ໂມງຕາມເວລາຂອງບ້ານເຮົາ …ພວກເຮົາກໍ່ໄດ້ຮູ້ແລ້ວວ່າງານ WWDC 2010 ປີນີ້ Apple ໄດ້ເປີດໂຕ iPhone 4 ຕາມຄາດໝາຍ…ເຊິ່ງ iPhone 4 ໄດ້ຮັບການປ່ຽນແປງຮູບຮ່າງຈາກເກົ່າໂດຍສິ້ນເຊີງ ເຊິ່ງວັດສະດຸທີ່ໃຊ້ ແມ່ນມີຄຸນະພາບດີກວ່າເກົ່າຫລາຍ ຫລາຍສຳນັກຂອງຕ່າງປະເທດທີ່ໄດ້ສຳພັດ iPhone 4 ມານັ້ນ ໄດ້ເວົ້າເປັນສຽງດຽວກັນ ຍົກຍ້ອງ iPhone 4 ຢ່າງຫລວງຫລາຍ. ວັດສະດຸທີ່ໃຊ້ໃນ iPhone 4 ນີ້ ແມ່ນເຮັດດ້ວຍແກ້ວຊະນິດພິເສດ ເຊິ່ງແກ້ວຊະນິດນີ້ແມ່ນວັດສະດຸດຽວກັນກັບຊິ້ນສ່ວນຂອງຍົນ helicopter  ມັນແຂງແຮງກວ່າ Pastic ເຖິງ 30 ເທົ່າ.. ມັນໄດ້ຫຸ້ມຫໍ່ iPhone 4 ທັງດ້ານໜ້າແລະດ້ານຫລັງ. ສາມາດທົນຕໍ່ຮອຍຂີດໄດ້ດີກວ່າເກົ່າ ແລະ ມີສານປ້ອງກັນຮອຍນິ້ວມືອີກດ້ວຍ ຂອບຂອງ iPhone 4 ເຮັດດ້ວຍໂລຫະ Stainless Steel ທີ່ຝັງເສົາ ອາກາດ Wifi, 3G ແລະຄື້ນຕ່າງໆໃນໂຕ ສາມາດຮັບແລະສົ່ງສັນຍານໄດ້ດີຂຶ້ນ

iPhone 4 ໄດ້ອອກມາດ້ວຍກັນເຖິງ 2 ສີ ຂາວ ແລະ ດຳ …ແຕ່ iPhone 4 ສີຂາວແມ່ນໄດ້ປັບປຸງເຮັດໃຫ້ດ້ານໜ້າເປັນສີຂາວນຳ ເຊິ່ງຕ່າງຈາກ iPhone 3G/3GS.

CPU – Apple A4 Processor

ເປັນ CPU ໂຕດຽວກັນກັບ CPU ຂອງ iPad ..ແນ່ນອນວ່າມັນຕ້ອງໄວກວ່າ iPhone ລຸ້ນເກົ່າຢ່າງເຫັນໄດ້ຊັດ

iMovie

ເປັນໂປຣແກຣມທີ່ຫຍໍ້ສ່ວນມາຈາກ Mac ໂດຍຕົງ ເຊິ່ງ Apple ໄດ້ດັດແກ້ໃຫ້ເຂົ້າກັບລະບົບໜ້າຈໍສຳພັດຢ່າງເໝາະສົມ
ແລະຍັງຄົງເອກະລັກທີ່ສາມາດໃຊ້ໄດ້ງ່າຍອີກດ້ວຍ ແລະຈະຂາຍ App ໂຕນີ້ທີ່ Appstore ໃນລາຄາ $ 4.99

IVzZrihLE0icEzSN_imrdA.png

Facetime

ເປັນໂປຣແກຣມທີ່ມາພ້ອມກັບ iPhone 4 ທີ່ສາມາດໂທຫາກັນຜ່ານລະບົບ Wifi ແບບເຫັນໜ້າກັນໄດ້
ເຊິ່ງລະບົບ 3G ຈະຮອງຮັບໄດ້ ຕ້ອງຖ້າການ ອັບເດດຕໍ່ໄປ

gQWn73mNNHKS8kvFZLLGCA.jpg

iBook

ສາມາດອ່ານ PDF ໄດ້
ໃສ່ note ໄດ້
ສາມາດ sync bookmark ໄດ້ກັບ iPad

ຂະໜາດ ແລະ ນຳ້ໜັກ

ສູງ : 4.5 inches (115.2 mm)

ກວ້າງ :2.31 inches (58.6 mm)

ໜາ :0.37 inch (9.3 mm)

ໜັກ :4.8 ounces (137 grams)

ສີ

  • ດຳ ແລະ ຂາວ

Display

  • ໃຊ້ຈໍຊະນິດໃໝ່ ທີ່ຮ້ອງວ່າ Retina display
  • ໜ້າຈໍ 3.5-inch (diagonal) widescreen Multi-Touch display
  • ຂະໜາດຄວາມລະອຽດ 960-by-640-pixel resolution at 326 ppi
  • ອັດຕາ contrast ຢູ່ທີ່ 800:1 contrast ratio (typical)

specs_display_20100607.jpg

Camera, photos, and video

  • ສາມາດຖ່າຍ Video ໄດ້ທີ່ລະດັບ HD (720p)  30 frames ຕໍ່ ວິນາທີ
  • ກ້ອງດ້ານຫລັງ 5-megapixel
  • ກ້ອງດ້ານໜ້າ VGA ສາມາດຖ່າຍຮູບແລະວິດີໂອໄດ້ເຊັ່ນດຽວກັບກ້ອງໜ້າ
  • ສາມາດTap to focus ໄດ້ທັງ Video ແລະ image
  • ມີ LED flash
  • Photo and video geotagging

specs_controls_20100607.jpg

Sensors

  • ໂຕວັດຄວາມອຽງ 3 ແກນ ເຮັດໃຫ້ iPhone 4 ສາມາດກວດຈັບການເຄື່ອນໄຫວໄດ້ດີຂຶ້ນ Three-axis gyro
  • ລະບົບກວດຈັບຄວາມອຽງ Accelerometer
  • Proximity sensor
  • ກວດຈັບແສງ Ambient light sensor

Connectors and input/output

Bumpers for iPhone 4

Apple ຍັງຂາຍ case ສຳລັບ iPhone 4 ເພື່ອປ້ອງກັນການຕົກພື້ນ ມີທັງໝົດ 6 ສີຄື ຂາວ, ດຳ, ຂຽວ, ຟ້າ, ບົວ ແລະ ສົ້ມ

ໃນລາຄາ $29

bumper-hero-20100607.jpg

ສ່ວນ iPhone 4 ຈະຂາຍວັນທີ 24 ມິຖຸນາ ປີ 2010 ໃນລາຄາ

$199 (16GB)

$299 (32GB)

Leave a comment

5 Comments.

  1. ງາມສຸດໆ ຢາກໄດ້ ຢາກໄດ້
    ຄັນຊື້ມາໃຊ້ຢູ່ລາວ ຕ້ອງໄດ້ອັນລ໋ອກບໍ່

  2. ແລ້ວແຕ່ວ່າຊິຊື້ຂອງປະເທດໃດມາ ບາງປະເທດມີກົດໝາຍບໍ່ໃຫ້ລ໊ອກເຄື່ອງກັບເຄືອຄ່າຍ ກໍ່ບໍ່ຈຳເປັນຕ້ອງ unlock
    ສາມາດໃຊ້ໄດ້ເລີຍ :wink:

  3. ຂອບໃຈທ່ານເອກ
    ແຕ່ວ່າເຄື່ອງປະເທດໃດ ທີ່ຊື້ມາແລ້ວໃຊ້ໄດ້ເລີຍ ຍົກຕົວໃຫ້ເບິ່ງແນ່ :mrgreen:

  4. ຈື່ໄດ້ລະແມ່ນ ໄທ ກັບ ຮ໋ອງກົງ ສິງກະໂປ … ສ່ວນຫລາຍເອເຊຍແມ່ນ unlock ໝົດນະ ບາງປະເທດກະ Lock

  5. oh ຂອບໃຈຫຼາຍໆເດີ້ ສຳລັບຄຳຕອບ

Leave a Reply


[ Ctrl + Enter ]

captcha service