Fonts ລາວ ທີ່ມາພ້ອມກັບ iOS 4.0

ຫລັງຈາກທີ່ Apple ປ່ອຍ Firmware 4.0 ອອກມາໃຫ້ ອັບເດດກັນໃນວັນທີ 22 ທີ່ຜ່ານມາ
ຂພຈ ກໍ່ໄດ້ລອງ ອັບເດດ iPhone firmware ເບິ່ງວ່າມັນມີຫຍັງໃໝ່ແດ່
ເຊິ່ງໜ້າຕາແລະລູກຫລິ້ນໃໝ່ທີ່ມີຢູ່ໃນ iOS 4.0 ນີ້ ຖືວ່າເປັນການອັບເດດແບບ major ເລີຍ
ສິ່ງສຳຄັນໄປກວ່ານັ້ນກໍ່ຄື fonts ລາວເຮົາ ວ່າມັນເປັນແນວໃດໃນ iOS 4

ຕາມທີ່ເຫັນໃນຮູບ ເຮົາສາມາດສະຫຼຸບໄດ້ວ່າ fonts ລາວທີ່ມາພ້ອມກັບ iOS 4.0 ນີ້ແມ່ນມີຄວາມແຕກຕ່າງຈາກ fonts ລາວທີ່ມາພ້ອມກັບ iOS 3.x ຫລາຍ ເພາະວ່າ ຕາມລັກສະນະຂອງ fonts ແລ້ວ Apple ອາດໄດ້ໃຊ້ fonts ໃໝ່ແທນ fonts ເກົ່າ ໜ້າຕາຈະງາມຂຶ້ນ ແລະ ເຂັ້ມຂຶ້ນ ແຕ່ກໍ່ຍັງມີບັນຫາຢູ່ບ່ອນ ສະຫຼະ ໄມ້ ເອກ, ໂທ, ຕີ ແລະ ຈັກຕະວາ …ເພາະວ່າຖ້າໃຊ້ ສະຫຼະຊ້ອນກັນ ມັນຈະທັບກັນເອງ ຖ້າວ່າໃຊ້ ສະຫຼະ ອັນດຽວ ບາງຄຳມັນຈະໄປທັບກັບ ພະຍັນຊະນະ… ຖ້າເບິ່ງແບບລວມໆແລ້ວກໍ່ຖືວ່າ Apple ໄດ້ມີການປັບປຸງ ແລະ ໃຫ້ຄວາມສົນໃຈກັບພາສາລາວພໍສົມຄວນ ເຖິງວ່າມັນຈະຍັງບໍ່ດີພໍ ແຕ່ຄົນລາວເຮົາກໍ່ດີໃຈທີ່ Apple ເອົາ fonts ລາວເຂົ້າມາໃນ iOS :)

Leave a comment

3 Comments.

  1. ມັນຄ້າຍໆ font ຫຍັງວ້າ… Phetsarath OT ຫຼື font ໃນ Ubuntu ນີ້ແຫລະ

  2. Apple ເຫັນຄ່າຄົນລາວແລ້ວ :lol:

  3. iOS 4 Apple ຍ້າຍ fonts ໃໝ່
    ເລີຍເຮັດໃຫ້ເອົາ fonts ເກົ່າໄປທັບບໍ່ໄດ້

    ຫາວິທີຕໍ່ໄປ :mrgreen:

Leave a Reply


[ Ctrl + Enter ]

captcha service