Posted by xEKx on June 24, 2010
ຫລັງຈາກທີ່ Apple ປ່ອຍ Firmware 4.0 ອອກມາໃຫ້ ອັບເດດກັນໃນວັນທີ 22 ທີ່ຜ່ານມາ ຂພຈ ກໍ່ໄດ້ລອງ ອັບເດດ iPhone firmware ເບິ່ງວ່າມັນມີຫຍັງໃໝ່ແດ່ ເຊິ່ງໜ້າຕາແລະລູກຫລິ້ນໃໝ່ທີ່ມີຢູ່ໃນ iOS 4.0 ນີ້ ຖືວ່າເປັນການອັບເດດແບບ major ເລີຍ ສິ່ງສຳຄັນໄປກວ່ານັ້ນກໍ່ຄື fonts ລາວເຮົາ ວ່າມັນເປັນແນວໃດໃນ iOS 4 ຕາມທີ່ເຫັນໃນຮູບ ເຮົາສາມາດສະຫຼຸບໄດ້ວ່າ fonts ລາວທີ່ມາພ້ອມກັບ iOS 4.0 ນີ້ແມ່ນມີຄວາມແຕກຕ່າງຈາກ fonts ລາວທີ່ມາພ້ອມກັບ iOS 3.x ຫລາຍ ເພາະວ່າ ຕາມລັກສະນະຂອງ fonts ແລ້ວ Apple ອາດໄດ້ໃຊ້ fonts ໃໝ່ແທນ fonts ເກົ່າ ໜ້າຕາຈະງາມຂຶ້ນ ແລະ ເຂັ້ມຂຶ້ນ ແຕ່ກໍ່ຍັງມີບັນຫາຢູ່ບ່ອນ ສະຫຼະ [...]
Posted by xEKx on June 24, 2010
ໃຜທີ່ລໍຄອຍ iOS 4 ກໍ່ສາມາດໂຫລດໄປລອງກັນໄດ້ແລ້ວ Direct IPSW Download Links: iPod touch 2G: http://appldnld.apple.com.edgesuite….3_Restore.ipsw iPod touch 3G: http://appldnld.apple.com.edgesuite….3_Restore.ipsw iPhone 3G: http://appldnld.apple.com.edgesuite….3_Restore.ipsw iPhone 3Gs: http://appldnld.apple.com.edgesuite….3_Restore.ipsw iPhone 4: http://appldnld.apple.com.edgesuite….3_Restore.ipsw via macrumors
Posted by xEKx on April 2, 2010
ແບບນີ້ງາມຫລາຍ…. via macprediction.com
Posted by xEKx on March 30, 2010
Posted by xEKx on February 3, 2010
ສິ່ງທີ່ເພີ່ມແລະປັບປຸງໃໝ່ໃນ Firmware 3.1.3 ມີ ສ່ວນຫລາຍຈະເປັນການແກ້ບັກໃນເວີຊັ້ນກ່ອນຂອງ iPhone ແລະ iPod touch ປັບປຸງສະຖານະບອກຄ່າ battery ຂອງ iPhone 3GS ໃຫ້ຖືກຕ້ອງຂຶ້ນກວ່າເກົ່າ ແກ້ໄຂ apps ທີ່ຂັດຂ້ອງຫຼືບໍ່ສາມາດເປີດໄດ້ ແກ້ Bug ທີ່ເຮັດໃຫ້ keyboard ຍີ່ປຸ່ນຄ້າງຫຼືຊ້າ ແກ້ Security Bug ໃນ webkit ແລະ recovery mode ສ່ວນການອັບເດດຕອນນີ້ແມ່ນໃຫ້ລໍຖ້າການ jailbreak ແລະ unlock ໄດ້ກ່ອນທັງ iPhone, iPhone 3G ແລະ iPhone 3GS ເພາະ Modem Firmware ໄດ້ປ່ຽນຈາກ 5.11.07 ເປັນ 5.12.01 ຂອງ iPhone 3G via 9to5mac
Posted by xEKx on December 8, 2009
ມັນມີຊື່ວ່າ 3G4 …(G ແມ່ນມັນຄ້າຍຄືກັບເລກ 6 …ນັ້ນເປັນພາສາຂອງເດັກນ້ອຍທີ່ໃຊ້ຮ້ອງ) ເຊິງໂປຣແກຣມນີ້ແມ່ນເດັກນ້ອຍອາຍຸພຽງ 14 ປີ ເທົ່ານັ້ນທີ່ເຮັດໃຫ້ Nintendo N64 ສາມາດຫລິ້ນໄດ້ເທິງ iPhone ເຊິ່ງການພັດທະນາຂອງລາວຍັງບໍ່ທັນໄດ້ເປັນທີ່ໜ້າພໍໃຈ ແຕ່ມັນກໍ່ເປັນຈຸດເລິ່ມຕົ້ນທີ່ດີ ແລະຄາດວ່າປີໜ້າເຮົາອາດຈະໄດ້ສຳພັດ Nintendo N64 emulator ໃນ iPhone ຂອງພວກເຮົາ via engadget
Posted by xEKx on November 18, 2009
Posted by xEKx on November 11, 2009
ເຫັນຄົນເອົາປະຕິທິນມາໃຫ້ເລີຍຈັບມາຍັດເຂົ້າ iCal ຂອງ Mac ເລີຍຊະ ແລະ ຍັງສາມາດ sync ກັບໄປໃຊ້ກັບ iPhone ໄດ້ອີກ ອິອິ ປະຕິທິນປີ 2010 ນີ້ແມ່ນສາມາດເຕືອນທ່ານໄດ້ຕາມເວລາທີ່ກຳນົດ ສົມມຸດວ່າ ຖ້າວັນໃດແມ່ນເປັນວັນບຸນຫຼືວັນສຳຄັນລາວ ມັນກໍ່ຈະເດັ້ງຂຶ້ນມາເຕືອນພ້ອມດ້ວຍສຽງຢູ່ເທິງຈໍ ຄອມພິວເຕີ ຫຼື iPhone ຂອງທ່ານເລີຍ ເຊິ່ງຖືກກຳນົດເຕືອນໃນເວລາ 8:00 ຕອນເຊົ້າຂອງວັນນັ້ນໆ ເຊິ່ງຈະເຮັດໃຫ້ທ່ານບໍ່ພາດກັບວັນສຳຄັນຂອງປະເທດລາວ ແລະ ບໍ່ລືມທີ່ຈະເປີດຕາເປີດໃຈສະຫຼອງວັນດີໆຂອງຊາດລາວເຮົາດ້ວຍ Lao Holiday 2010 for iPhone ສຳລັບ iPhone ໃຫ້ເອົາໄຟລ໌ທີ່ໂຫລດໄປແລ້ວແຕກໄຟລ໌ ເອົາໄປໃສ່ທັບໄຟລ໌ເກົ່າທີ່ /var/mobile/Library/ Celender Lao Holiday 2010 for iCal pass : laomac.net
Posted by xEKx on October 16, 2009
ນັກວິສະວະກອນທາງດ້ານຫຸ່ນຍົນຂອງປະເທດເຍຍລະມັນ ທີ່ກຸງ ເບີລິນ ໄດ້ດັດແປງແລະສາທິດການໃຊ້ iPhone ມາຄວບຄຸມລົດຕູ້ ໃນການຄວບຄຸມແມ່ນໃຊ້ touchscreen ແລະ acceleromete ໃນ iPhone ເພື່ອບັງຄັບລົດ ໃຫ້ໄປໜ້າ ຖອຍຫລັງ ລ້ຽວຊ້າຍຂວາ ຢຸດລົດ ແລະ ເລັ່ງລົດ. ທີ່ລົດຕູ້ ໄດ້ມີການຕິດຕັ້ງກ້ອງວີດີໂອ ແລະ GPS ໄວ້ ແລະຮັບສົ່ງຂໍ້ມູນທີ່ເປັນພາບແລະຕຳແໜ່ງຂອງລົດ ມາໃຫ້ iPhone ຜ່ານ Wi-Fi ແບບ Real Time iDriver: The iPhone to drive a real car
Posted by xEKx on October 10, 2009
Adobe Photoshop ໂປຣແກຣມແຕ່ງຮູບສຸດດັງກໍ່ມາຮ່ວມວົງນຳ iPhone/iPOD touch ເຊັ່ນດຽວກັບ ໂປຣແກຣມອື່ນໆທີ່ສາມາດປັບແຕ່ງແກ້ໄຂຮູບພາບໄດ້ ເຊິ່ງ Adobe Photoshop ມາຊຸດນີ້ແມ່ນບໍ່ໄດ້ມາ ເຮັດໃຫ້ກະເປົາຂອງພວກເຮົາແຫ່ວລົງ ເພາະສາມາດດານ໌ໂຫລດໄດ້ Free ຈາກ App Store ຫຼື Get the iPhone app here (App Store link) free. ແລະມີ features ດັ່ງຕໍ່ໄປນີ້. Basics: Crop, Rotate, and Flip Color: Exposure, Saturation, Tint, Black and White Filters: Sketch, Soft Focus Effects: Vibrant, Pop, Border, Vignette Blur, Warm Vintage, Rainbow, [...]