ສະບາຍດີ ບັນດາທ່ານທີ່ເຂົ້າມາສຶກສາ ຫຼື ແລກປ່ຽນຄວາມຮູ້ ແລກປ່ຽນປະສົມການໃນບອດແຫ່ງນີ້.
ຂ້າພະເຈົ້າມາຂໍຄວາມຊ່ວຍເຫຼືອ ຈາກບັນດາທ່ານທີ່ມີຄວາມຮູ້ດ້ານ Mac OS, ເລື່ອງມັນມີຢູ່ວ່າຂ້າພະເຈົ້າໄດ້ຕິດຕັ້ງ Mac OS X 10.5.7 ລົງໄປໃນ acer aspire 5520 ແລະ ມີບັນຫາໃນການຕິດຕັ້ງຢູ່ຂັ້ນຕອນຈັດການກັບ volumes ຢູ່ໜ້າ Disk Utility. ບັນຫາແມ່ນມັນບໍ່ເຫັນ Harddisk ເລີຍ ເຫັນແຕ່ແຜ່ນ Mac OS X ທີ່ໃຊ້ບູດເທົ່ານັ້ນ. ບໍ່ຮູ້ວ່າເປັນຍ້ອນຫຍັງເລີຍ ໄດ້ແຕ່ເດົາວ່າເປັນນຳ hard disk ຫຼື ທັງໝົດລະບົບກະບໍ່ຮູ້
ທ່ານຜູ້ຮູ້ຊ່ວຍແນະນຳແດ່ເດີ້ ຂອບໃຈລ່ວງໜ້າ